ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ຈາກການປະທະກັນຢູ່ ປາປົວ ນິວກີເນ
ອີງຕາມລາຍງານຈາກວິທະຍຸກະຈາຍສຽງຫວຽດນາມ ແຈ້ງໃຫ້ຮູ້ໂດຍອ້າງຂໍ້ມູນຈາກຕຳຫຼວດທ້ອງຖິ່ນ ໃນວັນທີ 19 ກຸມ
ພາ 2024 ຜ່ານມານີ້ວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ຈາກເຫດການປະທະກັນຢູ່ເຂດພູພຽງແຫ່ງໜຶ່ງໃນ ປາປົວ ນິວກີເນ.
ລາຍງານໄດ້ໃຫ້ຮູ້ວ່າ: ມີຊາຍຫຼາຍຄົນຖືກຍິງເສຍຊີວິດໃນການປະທະກັນຢູ່ແຂວງ ເອງກາ (Enga) ຂອງປາປົວ ນິວກີເນ.
ປັດຈຸບັນ, ສະພາບການປະທະກັນລະຫວ່າງບັນດາຊົນເຜົ່າ ພວມເພີ່ມຂຶ້ນຢ່າງຮ້າຍແຮງໃນຂົງເຂດດັ່ງກ່າວ. ຕຳຫຼວດທ້ອງ
ຖິ່ນໃຫ້ຮູ້ວ່າ: ເຫດການດັ່ງກ່າວ ແມ່ນເຫດການປະທະກັນເຖິງຂັ້ນເສຍຊີວິດຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດທີ່ເກີດຂຶ້ນໃນ
ປາປົວ ນິວກິເນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2024